http://lao.voanews5aitmne6gs2btokcacixclgfl43cv27sirgbauyyjylwpdtqd.onion/a/lao-gov-revenue-from-fast-tract-mining-are-below-10-of-mineral-export/7130502.html
ໃນນີ້ ລັດຖະບານລາວໄດ້ອະນຸຍາດໃຫ້ສໍາປະທານການຂຸດຄົ້ນແຮ່ທາດ ໃນລາວຈໍານວນ 319 ກິດຈະການ ແລະເຮັດໃຫ້ມີລາຍຮັບລວມ 1,100 ລ້ານໂດລາໃນຊ່ວງປີ 2016-2022, ແລະຍັງມີບໍລິສັດຕ່າງຊາດອີກ 308 ແຫ່ງ ທີ່ກໍາລັງລໍຖ້າການອະນຸຍາດສໍາປະທານ ຈາກລັດຖະບານລາວໃນປັດຈຸບັນນີ້ ໂດຍຄາດວ່າທາງການລາວຈະພິຈາລະນາສໍາເລັດສົມບູນໃນກາງປີ 2023 ນີ້, ເຊິ່ງສ່ວນຫຼາຍກໍຄືບໍລິສັດທີ່ເປັນເຄືອຂ່າຍຂອງກົມໃຫຍ່ສໍາຫຼວດທໍລະນີສາດ ແລະບໍ່ແຮ່ຂອງລັດຖະບານຈີນ ທີ່ໄດ້ສໍາຫຼວດຫາແຫຼ່ງທາດໃນລາວນັບຈາກປີ 2017 ເປັນຕົ້ນມາ, ໂດຍພົບວ່າ ໃນລາວມີປະລິມານສໍາຮອງຂອງແຮ່ຄໍາຫຼາຍກວ່າ 17 ລ້ານໂຕນ,...